ທຶນທັດສະນະສຶກສາ JAOL - EACAT 2019 Homestay Program, 08-14 ຕຸລາ 2019.



ສະມາຄົມອາດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (ຈາໂອນ) ຂໍເຊີນນ້ອງນັກຮຽນຊັ້ນມັດທະຍົມປາຍ (ໃນສົກຮຽນ 2019-2020 ເປັນນັກຮຽນມ.ປາຍ) ໃນທົ່ວປະເທດ ສະໝັກຮ່ວມໂຄງການທັດສະນະສຶກສາ EACAT 2019 Homestay Program ເຊິ່ງເປັນທຶນໄປທັດສະນະສຶກສາຢູ່ ໂຕກຽວ ປະເທດຍີ່ປຸ່ນ ເປັນເວລາ 1 ອາທິດ ໃນວັນທີ 08-14 ຕຸລາ 2019.


ໂຄງການທັດສະນະສຶກສາ EACAT 2019 Homestay Program ເປັນການຮ່ວມມືລະຫວ່າງ ຈາໂອນ ແລະ ມູນນິທິ EACAT (East Asian Circle of Applied Technology); ມຸນນິທິດັ່ງກ່າວ ເປັນມູນນິທິສົ່ງເສີມການສຶກສາທາງດ້ານເຕັກໂນໂລຊີ ໂດຍການມອບທຶນການສຶກສາ ໃຫ້ນັກສຶກສາຈາກຫຼາຍໆປະເທດໃນເຂດອາຊີຕາເວັນອອກ ທີ່ພວມສຶກສາຢູ່ປະເທດຍີ່ປຸ່ນ.

http://eacat.or.jp/

ໃນໄລຍະຫຼັງມານີ້ EACAT ໄດ້ເລີ່ມໂຄງການທັດສະນະສຶກສາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍຂອງປະເທດກໍາປູເຈຍ ເປັນການເປີດໂອກາດໃຫ້ນັກຮຽນຊັ້ນມັດທະຍົມຕອນປາຍ ໄດ້ເດີນທາງໄປຮຽນຮູ້ປະສົບການໃໝ່ໆ ຢູ່ໂຕກຽວ ນະຄອນຫຼວງປະເທດຍີ່ປຸ່ນ; ເຊິ່ງໃນໄລຍະເວລາ 1 ອາທິດ, ນັກຮຽນຈະໄດ້ປະສົບການໂຮມສະເຕ (homestay), ໄດ້ໄປທັດສະນະ ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ, ມະຫາວິທະຍາໄລ ໂຕກຽວ (ຫ້ອງຄົ້ນຄວ້າວິທະຍາສາດ), ຂະບວນການຜະລິດຢູ່ໂຮງງານ ແລະ ອື່ນໆ.

http://eacat.or.jp/homestay-program

ທາງໂຄງການຈະມອບທຶນເພື່ອການເຂົ້າຮ່ວມໂຄງການທັດສະນະສຶກສາຄັ້ງນີ້ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍຂອງລາວເຮົາ ຈໍານວນ 2 ທຶນ; ທຶນລະ 100,000 ເຢັນ (ເງິນສະກຸນຍີ່ປຸ່ນ); ໃນນັ້ນ, ຈະຖືກນໍາໃຊ້ ເພື່ອຈ່າຍຄ່າປີ້ຍົນໄປກັບ, ຄ່າວີຊ້າເຂົ້າປະເທດຍີ່ປຸ່ນ, ຄ່າອາຫານ ແລະ ຄ່າເດີນທາງ ໃນໄລຍະຢູ່ໂຕກຽວ.


ໂຄງການທັດສະນະສຶກສາ ໃນປີ2019ນີ້ ຈະປະກອບດ້ວຍນັກຮຽນມັດທະຍົມຕອນປາຍຈາກສອງປະເທດຄື: ລາວ ແລະ ກໍາປູເຈຍ; ນັກຮຽນມັດທະຍົມຂອງລາວ ຈະໄດ້ເດີນທາງດ້ວຍຕົນເອງເຖິງສະໜາມບິນນາຣິຕະ ຫຼື ສະໜາມບິນຮາເນະດະ; ແຕ່ຫຼັງຈາກນັ້ນ ແມ່ນມີຜູ້ຮັບຜິດຊອບໂຄງການລໍຖ້າຢູ່ ແລະ ນໍາພາ/ຕິດຕາມຕະຫຼອດໂຄງການ ຈົນເຖິງເວລາຂຶ້ນຍົນກັບຄືນເມືອລາວ.


ລາຍລະອຽດ

1) ຕາຕະລາງ ການຄັດເລືອກ ແລະ ເດີນທາງ:

  • - ທ້າຍເດືອນພຶດສະພາ ປິດຮັບແບບຟອມສະໝັກ
  • - ກາງເດືອນກໍລະກົດ ສໍາເລັດການຄັດເລືອກຮອບທີ1 (ພິຈາລະນາແບບຟອມສະໝັກ)
  • - ກາງເດືອນສິງຫາ ສໍາເລັດການຄັດເລືອກຮອບທີ2 (ການສໍາພາດ)
  • - ຕົ້ນເດືອນກັນຍາ ສໍາເລັດການອອກປີ້ຍົນ ແລະ ເອກະສານວີຊ້າ
  • - ທ້າຍເດືອນກັນຍາ ສໍາເລັດການປະຖົມນິເທດກ່ອນອອກເດີນທາງ
  • - ວັນທີ07 ຕຸລາ 2019: ອອກເດີນທາງ
  • - ວັນທີ08 ຕຸລາ 2019: ຮອດໂຕກຽວ ປະເທດຍີ່ປຸ່ນ
  • - ວັນທີ14 ຕຸລາ 2019: ເດີນທາງກັບຄືນ

2) ເງື່ອນໄຂຂອງຜູ້ສະໝັກ:

  • - ເປັນນັກຮຽນມ.ປາຍ ສັນຊາດລາວ (ສົກຮຽນ 2019-2020 ຍັງເປັນນັກຮຽນມ.ປາຍ)
  • - ມີທັກສະການສື່ສານເປັນພາສາອັງກິດ ໃນລະດັບພໍໃຊ້ (ຂຶ້ນໄປ)
  • - ສາມາດຂໍລາພັກຮຽນ ໃນໄລຍະວັນທີ 08-14 ຕຸລາ 2019

3) ມາດຕະຖານ ແລະ ບູລິມະສິດ ໃນການຄັດເລືອກ:

  • - ມີຄວາມຕັ້ງໃຈ ແລະ ຫ້າວຫັນໃນການຮໍ່າຮຽນ
  • - ມີຄວາມສົນໃຈໃນປະເທດຍີ່ປຸ່ນ ຫຼື ສາມາດສົນທະນາເປັນພາສາຍີ່ປຸ່ນໄດ້
  • - ມີຄວາມສົນໃຈທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເປັນພິເສດ
  • - ມີສຸຂະພາບແຂງແຮງ
  • - ມີລະບຽບວິໄນ ໂດຍສະເພາະການຮັກສາເວລາ
  • - ບໍ່ຄ່ອຍມີໂອກາດເດີນທາງໄປຕ່າງປະເທດ

4) ວິທີການສະໝັກ ແລະ ການຕິດຕາມຜົນການຄັດເລືອກ

  1. ດາວໂຫຼດແບບຟອມສະໝັກຕາມລິ້ງລຸ່ມນີ້ (ມີ 2 ແບບຟອມ):
  2. ໃຫ້ພິມແບບຟອມອອກໃສ່ເຈ້ຍ ແລະ ຕື່ມຂໍ້ມູນດ້ວຍບິກສີຟ້າ ໃຫ້ຄົບຖ້ວນ
  3. ຕິດຮູບຜູ້ສະໝັກ (ຮູບຖ່າຍປະກອບເອກະສານທົ່ວໄປ, ບໍ່ເກີນ 6 ເດືອນ)
  4. ການສົ່ງແບບຟອມ ສາມາດດໍາເນີນໄດ້ດ້ວຍ 2 ວິທີ:
    • - ສະແກນເປັນຟາຍ PDF ແລະ ສ່ົງເຂົ້າອີເມວ ຫ້ອງການສະມາຄົມ
    • jaol.office@gmail.com
    • - ສ່ົງແບບຟອມຕົ້ນສະບັບ ມາຍັງຫ້ອງການສະມາຄົມ
    • ທີ່ຕຶກ 108 Hills, ສີ່ແຍກໂພນທັນ (ກົງກັນຂ້າມກັບຮ້ານກາເຟ JOMA)
      (ຫ້ອງການເລີ່ມຮັບແບບຟອມ ຕັ້ງແຕ່ວັນຈັນ ທີ20 ພຶດສະພາ 2
  5. ໃຫ້ສົ່ງກ່ອນ ວັນສຸກ ທີ31 ພຶດສະພາ 2019 (ເວລາ 15:00). ໃນການສະໝັກໂຄງການນີ້ ບໍ່ໄດ້ເສຍຄ່າສະໝັກໃດໆ.
  6. ພາຍຫຼັງໄດ້ຮັບແບບຟອມສະໝັກ; ສະມາຄົມ ຈະສົ່ງອີເມວຫານ້ອງນັກຮຽນຜູ້ສະໝັກ ເພື່ອຢັ້ງຢືນວ່າການສະໝັກໄດ້ສໍາເລັດ ແລະ ແຈ້ງເລກທີສະໝັກ.
  7. ຕົ້ນເດືອນມິຖຸນາ 2019, ສະມາຄົມ ຈະປະກາດຈໍານວນຜູ້ສະໝັກທັງໝົດ (ເລກລະຫັດ, ໂຮງຮຽນ ແລະ ແຂວງ) ທາງເວັບໄຊຂອງສະມາຄົມ jaol.org.
  8. ກາງເດືອນກໍລະກົດ 2019, ສະມາຄົມ ຈະປະກາດ ຜົນການຄັດເລືອກຮອບທີ1.
  9. ກາງເດືອນສິງຫາ 2019, ສະມາຄົມ ຈະປະກາດ ຜົນການຄັດເລືອກຮອບທີ2, ຖືວ່າ ສິ້ນສຸດຂະບວນການຄັດເລືອກ.

5) ນ້ອງນັກຮຽນ ຫຼື ຜູ້ປົກຄອງ ສາມາດສອບຖາມຂໍ້ມູນເພີ່ມຕື່ມ ໄດ້ຕາມຊ່ອງທາງລຸ່ມນີ້:

  • - ສົ່ງອີເມວຫາ jaol.office@gmail.com
  • - ຝາກຄໍາຖາມ ຢູ່ດ້ານລຸ່ມຂອງເວັບໄຊ jaol.org
  • - ຝາກຄໍາຖາມ ຢູ່ເຟດບຸກສະມາຄົມ
  • - ໂທລະສັບ ເຂົ້າຫາເບີໂທຫ້ອງການ 030-574-6744
  • (ໄລຍະນີ້ ພວກເຮົາບໍ່ສະດວກຮັບສາຍ, ແຕ່ຈະໂທກັບຄືນ)